Last order ສໍາລັບຈັດສົ່ງພາຍໃນມື້ ແມ່ນກ່ອນ 19:30 ແລະ ວັນອາທິດ 16:30

ກ່ຽວກັບພວກເຮົາ

ຄລາວນາຍ ສ້າງ​ຕັ້ງຂຶ້ນໃນປີ 2013. ​ໃນເບື້ອງ​ຕົ້ນ​ ໄດ້​ມີ​ການ​ນໍາເຂົ້າ ແລະ ຈຳ​ຫນ່າຍ​ສິນ​ຄ້າ​ອຸ​ປະ​ໂພກ ແລະ ບໍລິໂພກ ຈາກສະຫະລັດອາເມລິກາ ແລະ ຢຸ​ໂຫລບ. ​ໃນ​ໄລ​ຍະ​ຫລັງ ເມື່ອ​ຄຳ​ນຶງ​ເຫັນ​ຄວາມ​ຕ້ອງ​ການ​ ແລະ ຄວາມ​ນິ​ຍົມ​ຕໍ່​ເຫລົ້າ​ເບຍ​​ຂອງຕ່າງ​ປະ​ເທດ​ນັບ​ມື້​ນັບ​ສູງຂຶ້ນ ພວກເຮົາຈິ່ງ​ຖື​ເອົາການນໍາເຂົ້າ ເຄື່ອງດື່ມທີ່ມີທາດເຫລົ້າຈາກ​ຕ່າງ​ປະ​ເທດເປັນຫລັກ. ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ເຂົ້າ​ເບຍ​ຈາກ​ບັນ​ດາ​ປະ​ເທດ​ຕ່າງໆ​ໃນ​ທະ​ວີບ​ຢຸ​ໂຫລບ ແລະ ຈາກປະເທດສາຫະລັດອາເມລິກາ. ນອກ​ຈາກ​ການຈັດ​ຈຳ​ຫນ່າຍ ຜະລິດຕະພັນ ທີ່​ມີ​ຄຸ​ນ​ນ​ະ​ພາບ​ສູງ​ລະ​ດັບ​ສາ​ກົນ​ແລ້ວ ພວກ​ເຮົາ​ຍັງ​ເນັ້ນ​ຫນັກ​ໃສ່ການໃຫ້ບໍລິການ ເພື່ອ​ກໍ່​ໃຫ້​ເກີດ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ລູ​ກ​ຄ້າ​ສູງ​ສຸດ ແລະ ພວກ​ເຮົາ​ຈະ​ມຸ່ງ​ຫມັ້ນ​ປັບ​ປຸງ​ການ​ບໍ​ລິ​ການ​ໃຫ້​ດີ​ຍິ່ງ​ຂຶ້ນ ຄຽງ​ຄູ່​ກັບ​ການ​ຂະ​ຫຍາຍ​ຖານ​ສິນ​ຄ້າທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ​ໃຫ້​ຄອບ​ຄຸມ​ຫລາຍ​​​ກຸ່ມ​ຜູ້​ບໍ​ລິ​ໂພກ.

ວິໄສທັດ

ວິໄສທັດຂອງຄລາວນາຍ ຄືເຮັດໃຫ້ລູກຄ້າຮູ້ຈັກກັບເຄື່ອງດື່ມຫລາກຫລາຍຍີ່ຫໍ້ຍິ່ງຂຶ້ນ ແລະ ສ້າງຖານຈັດຈຳຫນ່າຍສິນຄ້າພາຍໃນປະເທດ ທີ່ຫນຽວແຫນ້ນ. ສືບຕໍ່ຂະຫຍາຍທຸລະກິດ ແລະ ເພີ່ມປະສິດຕິພາບໃນການກະຈາຍສິນຄ້າໃຫ້ທົ່ວເຖິງ ເພື່ອຮອງຮັບຕະຫລາດທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ.

ພາລະກິດ

ພາລະກິດຂອງຄລາວນາຍ ແມ່ນການກ້າວໄປສູ່ຜູ້ນໍາໃນການຈັດຈໍາຫນ່າຍເຄື່ອງດື່ມ ແລະ ກໍານົດມາດຕະຖານໃນການບໍລິການທີ່ດີເລີດແກ່ລູກຄ້າ ແລະ ຊ່ວຍພັດທະນາປັບປຸງກົນລະຍຸດແກ່ຄູ່ຮ່ວມທຸລະກິດໃຫ້ມີປະສິດຕິພາບທີ່ດີຍິ່ງຂຶ້ນ.

ຜະລິດຕະພັນທີ່ເຮົາຈັດຈໍາຫນ່າຍ

ປະຈຸບັນທາງຮ້ານຄລາວນາຍ ມີເບຍນໍາເຂົ້າຫລາກຫລາຍຈາກທົ່ວໂລກໃຫ້ທ່ານໄດ້ເລືອກຊື້ ແລະ ມີເຫລົ້າວິດສ໌ກີ ຫລາຍກວ່າ 400 ລາຍການ, ໃນນັ້ນລວມມີ ເຫລົ້າຊິງໂກລມອທ໌ 80 ລາຍການ, ເຫລົ້າເບີເບິນ 30 ລາຍການ. ນອກນັ້ນ ຍັງ​ມີເຫລົ້າສະກ໋ອດຜະສົມ, ໄອລິສ໌ວິດສ໌ກີ, ເຫລົ້າຢີ່ປຸ່ນ, ເຫລົ້າເກົາຫລີ ແລະ ຜະລິດຕະພັນເຫລົ້າຂອງລາວ.

ເຫລົ້າວອດກາຫລາຍກວ່າ 100 ລາຍການ, ເຫລົ້າຄອນຍັກ/ບຣັນດີ 80 ລາຍການ, ເຫລົ້າລັມ 70 ລາຍການ, ທາກິລາ 80ລາຍການ, ຈິນ 60ລາຍການ ແລະ ເຫລົ້າປະເພດອື່ນໆເກືອບ 150 ລາຍການ. ຍິ່ງ​ໄປ​ກວ່າ​ນັ້ນ, ທາງ​ຮ້ານຍັງ​ມີ ແຊມເປນ 40 ກວ່າລາຍການ, ສະປາກກລິງ 70 ລາຍການ ແລະ ວາຍຫລາຍກວ່າ 500 ລາຍການຈາກຝຣັ່ງ, ອິດຕາລີ, ອອດສະເຕເລຍ, ນິວຊີແລນ, ອັບຟຣີກາໃຕ້, ຊິລີ, ອາເຈນຕິນາ, ອາເມລິກາ ແລະ ສະເປນ.

ພວກເຮົາຈະສືບຕໍ່ນຳ​ເຂົ້າ​ສິນ​ຄ້າ​ໃຫມ່ໆ ເພື່ອ​ໃຫ້​ທັນ​ກັບ​ສະ​ພາບ​ການ​ຂອງ​ຕະ​ຫລາດ​ເຄື່ອງ​ດື່ມ​ທີ່​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ.