ສຳລັບເຫລົ້າທີ່ຈະຖືກພິຈາລະນາເປັນຈິນ, ຕ້ອງມີ juniper ເປັນສ່ວນປະກອບຫລັກ. ການຜະລິດເຫລົ້າຈິນບໍ່ໄດ້ມີກົດລະບຽບຄຸ້ມຄອງທາງກົດຫມາຍ; ຈິນສາມາດຜະລິດໄດ້ທົ່ວທຸກແຫ່ງ ໃນຮູບແບບ ລົດຊາດທີ່ແຕກຕ່າງຂຶ້ນກັບຊະນິດພືດ (ນອກຈາກ juniper) ທີ່ໃຊ້ໃນການກັ່ນ, ລວມທັງປະລິມານນໍ້າຕານ ແລະ ຜົນລັບຂອງລົດຊາດ. ນອກຈາກນັ້ນ, ຈິນຍັງສາມາດແຕ່ງກິ່ນດ້ວຍພືດ/ສະຫມູນໄພ, ເຄື່ອງເທດ, ດອກໄມ້ ຫລື ລົດຊາດ ຫມາກໄມ້ ຫລື ປະສົມປະສານກັນ.
LONDON DRY GIN ເປັນຈິນທີ່ນິຍົມກັນໃນປະເທດອັງກິດ ມາຕັ້ງແຕ່ສະໄໝສັດຕະວັດທີ 19. London Dry Gin ມີສີໃສ, ມີລົດຊາດທີ່ແຫ້ງຫລັງດື່ມ, ເດັ່ນດ້ວຍກິ່ນຂອງ juniper ແລະ ເປັນຈິນທີ່ໃຊ້ເຮັດຄ່ອກເທລ ມາຕິນີ (martini)
SLOE GIN ສີມ່ວງອ່ອນໆ ແລະ ຈັດຢູ່ໃນກຸ່ມ gin-based liqueurs ໂດຍການເພີ່ມເຕີມດ້ວຍຄວາມຫວານຂອງຫມາກໄມ້ຊະນິດຫນຶ່ງທີ່ເອີ້ນວ່າ sloe plum ໃສ່ເຫລົ້າຈິນ. ເປັນທີ່ຮູ້ຈັກກັນດີ ໃນການໃຊ້ໃນຄ໋ອກເທລ Sloe Gin Fizz, ເຫລົ້າ Sloe Gin ສາມາດໃຊ້ແທນລີເຄີຫມາກໄມ້ໃດກໍ່ໄດ້ ໂດຍສະເພາະໃນເມນູຄ໋ອກເທລ champagne ຫລື cobblers.
AMERICAN ປະເທດອາເມລິການໄດ້ເຮັດ craft gin ຂອງເຂົາ ເຊິ່ງຈະເນັ້ນລົດຊາດອອກໄປທາງຫມາກໄມ້ຕະກູນສົ້ມ ໄປຈົນເຖິງກິ່ນຜິກໄທ ແລະ ດອກໄມ້. “Navy-strength” ຈິນເປັນຈິນທີ່ມີປະລິມານທາດເຫລົ້າສູງເຖິງ 60% ແeລະ ກຳລັງເປັນທີ່ນິຍົມໃນປະຈຸບັນນີ້.
PLYMOUTH ຖືກກຳນົດຊື່ໂດຍແຫລ່ງກຳເນີດ: Plymouth, ອັງກິດ. ມີລົດຊາດທີ່ຄ້າຍຄຽງກັບ London dry gin (ແລະ ສາມາດນຳໃຊ້ທົດແທນກັນໄດ້), Plymouth ມີເນື້ອທີ່ແຫນ້ນຫນາ ແລະ ມີກິ່ນປະສົມຂອງອາຍດິນ (earthy botanist mix) ຫລາຍກວ່າ London dry. ແນະນໍາໃຫ້ໃຊ້ Plymouth ຖ້າທ່ານຕ້ອງການເພີ່ມ texture ທີ່ສະຫລັບຊັບຊ້ອນໃຫ້ເຄື່ອງດື່ມ.
OLD TOM GIN ມີລົດຫວານເລັກນ້ອຍ, ພ້ອມໃຫ້ສຳພັດລົດຊາດຂອງມອລທ໌ (malt), ເປັນປະເພດທີ່ເມື່ອກ່ອນຖືກຫ້າມ ທີ່ມີລົດຊາດນອນຢູ່ລະຫວ່າງກາງ Genever ແລະ London dry. ໃນຍຸກກ່ອນບັນດານັກປຸງເຫລົ້າ (bartenders) ມັກໃຊ້ເຂົ້າມາໃນການເຮັດຄ໋ອກເທລສູດດັ່ງເດີມ ໂດຍສະເພາະແມ່ນ Martinez.
GENEVER ຖືກຜະລິດຂຶ້ນໃນສັດຕະວັດທີ 16 ກ່ອນທີ່ຈະມີເຫລົ້າຈິນ, ມີແຫລ່ງກຳເນີດມາຈາກປະເທດໂຮງລັງ (Holland). Genever ຜະລິດມາຈາກເມັດທັນຍະພືດ (malted-grain), ກິ່ນກໍບໍ່ມີຄວາມຫອມໂດດເດັ່ນ ຄືກັບເຫລົ້າຈິນທີ່ພວກເຮົາຮູ້ກັນໃນປະຈຸບັນ ນອກຈາກລົດຊາດທີ່ຊາບຊ້າ.