Last order ສໍາລັບຈັດສົ່ງພາຍໃນມື້ ແມ່ນກ່ອນ 19:30 ແລະ ວັນອາທິດ 16:30

ສະເຕລລາ ອາທົວ
(Stella Artois)

ເບຍເບລຢ້ຽມ ອັນດັບ 1 ຂອງໂລກ

ເປັນໝາກຜົນຈາກຄວາມຊໍານານໃນການບົ່ມເບຍ ມາເປັນເວລາຫຼາຍຮ້ອຍປີ. ດັ່ງນັ້ນ, ເພື່ອໃຫ້ທ່ານໄດ້ຮັບປະສົບການ ການລິ້ມລອງລົດຊາດເບຍຂອງພວກເຮົາໄດ້ຢ່າງເຕັມທີ່, ເຮົາແນະນຳໃຫ້ທ່ານແຊ່ເບຍໃຫ້ເຢັນໆກ່ອນ ລະຫວ່າງ 3-5 ອົງສາເຊລຊຽສ ກ່ອນທີ່ທ່ານຈະເຍັ້ນເບຍໃສ່ຈອກ ເຊິ່ງສຳລັບເບຍ ສະເຕລລາ ອາທົວ ແລ້ວ, ແນະນຳໃຫ້ໃຊ້ຈອກ ຊາລິສ (ຄ້າຍໆຈອກວາຍ) ເຊິ່ງເປັນຈອກທີ່ອອກແບບມາສະເພາະ ເພື່ອໃຫ້ທ່ານໄດ້ຮັບລົດຊາດອັນແຊບຊ້ອຍ ພ້ອມກິ່ນອັນຫອມລະມຸນ ເວລາທີ່ຈິບເບຍເຢັນໆ. ເບຍສະເຕລລາ ອາທົວ ມີລົດຊາດມອລທ໌ປານກາງ ແລະ ໃຫ້ຄວາມສົດຊື່ນ, ສຳຜັດໄດ້ເຖິງລົດຊາດກົມກ່ອມ ເຊິ່ງເປັນລົດຊາດອັນຂຶ້ນຊື່ລືຊາ ຂອງ ສະເຕລລາ ອາທົວ, ສາມາດດື່ມຄຽງຄູ່ກັນກັບອາຫານຫຼາກຫຼາຍປະເພດ ຈາກທົ່ວທຸກມຸມໂລກ.


ປະເທດຕົ້ນກໍາເນີດ

ເບລຢ້ຽມ


ປະເພດເບຍ

ຢູໂຣປ້ຽນ ລາເກີ


ລະດັບແອລກໍຮໍ

5.0% alc/vol